ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫຼຸບ​ຜົນສຳເລັດ​ການ​ເຂົ້າ​ຮ່ວມ​ແຂ່ງຂັນ​ຍິງ​ປືນ​ກອງທັບ​ບົກ​
ອາ​ຊຽນ ຄັ້ງ​ທີ 30 ທີ່ ​ສສ ຫວຽດນາມ


   ວັນ​ທີ 10 ມີນາ 2023 ນີ້, ຢູ່​ກອງພັນ​ຍິງ​ປືນ 199 ໄດ້ມີພິທີສະຫຼຸບ​ຜົນສຳເລັດການເຂົ້າ​ຮ່ວມ​ແຂ່ງຂັນ​ຍິງ​ປືນ​ກອງທັບບົກອາ​ຊຽນ ຄັ້ງ​ທີ 30 ທີ່ ​ສສ ຫວຽດນາມ ເປັນເຈົ້າພາບໃນ​ທ້າຍ​ປີ 2022 ຜ່ານ​ມາ, ໂດຍການເຂົ້າ​ຮ່ວມ​ຂອງ ສະຫາຍ ພົນຕີ ພັນແສງ ບຸນ​ພັນ ຮອງ​ຫົວ ໜ້າກົມໃຫຍ່​ເສນາ​ທິ​ການ​ກອງ ທັບ ມີຄະນະ​ກົມ​ໃຫຍ່, ຫອ້ງ​ການ​ທີ່​ປຶກສາທູດ​ປ້ອງ​ກັນ​ຊາດ​ຫວຽດນາມ ​ປະຈຳ ສປປ ລາວ, ຄະນະ​ກົມ, ຫ້ອງການ, ບັນດາ​ກົມກອງ, ຄະນະ​ພັກ-ຄະນະ​ບັນ ຊາກອງພັນຍິງປືນ 199 ແລະ ນັກກີລາເຂົ້າ​ຮ່ວມ.

   ໃນ​ພິທີ ຄະນະ​ນຳ​ນັກ​ກິລາຍິງ​ປືນ​ກອງທັບ​ປະຊາຊົນ​ລາວ ທີ່​ນຳ​ພາເຂົ້າ​ຮ່ວມ​ແຂ່ງຂັນ​ຍິງ​ປືນ​ກອງ ທັບ​ບົກ​ອາ​ຊຽນ​ຄັ້ງ​ທີ 30 ທີ່ ​ສສ ຫວຽດນາມ ໄດ້ສະຫຼຸບ ​ ຜົນສຳເລັດ​ໃນ​ການ​ເຂົ້າ​ຮ່ວມ​ວ່າ:ໂດຍ​ອີງ​ຕາມ​ຂໍ້​ຕົກລົງ​ຂອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຄະນະ​ຍິງ​ປືນ​ກອງທັບ​ປະຊາ ຊົນ​ລາວ ໄປ​ຫັດ​ແອບ ແລະ ເຂົ້າ​ຮ່ວມ​ແຂ່ງຂັນ​ຍິງ​ປືນດ້າ​ນ​ຍຸດທະວິທີ​ກອງທັບ​ບົກ​ອາ​ຊຽນ ຄັ້ງ​ທີ 30 ທີ່ ​ສສ ຫວຽດນາມ ແລະ ເພື່ອ​ປະຕິບັດ​ຕາມ​ຂໍ້​ກຳນົດ​ການ​ແຂ່ງ ຂັນ​ທີ່​ເຈົ້າພາບ​ໄດ້​ວາງ​ອອກ ກອງທັບ​ປະຊາຊົນ​ລາວ​ໄດ້ຈັດ​ສົ່ງ​ຄະນະ​ນັກ​ຍິງ​ປືນ​ເຂົ້າ​ຮ່ວມ ຈຳນວນ 42 ສະຫາຍ, ໃນ​ນັ້ນ ມີ​ເຈົ້າ​ໜ້າທີ່ 17 ສະຫາຍ, ນັກກິ ລາ​ຍິງ​ປືນ 25 ສະຫາຍ, ມີ 5 ປະເພດ​ອາວຸດເຂົ້າ​ແຂ່ງຂັນ​ຄື: ປືນ​ສັ້ນ​ຍິງ, ປືນ​ສັ້ນ​ຊາຍ, ປືນ​ເຫຼັກສັ້ນ, ປືນ​ເຫຼັກ​ຍາວ ແລະ ປືນ​ຈັກ. ຜ່ານ​ການ​ເຂົ້າ​ຮ່ວມ​ແຂ່ງ ຂັນ​ສະຫຼຸບ​ໄດ້​ດັ່ງນີ້: ສາມາດ​ຍາດ​ໄດ້​ຫຼຽນ​ຄຳ 12 ຫຼຽນ, ຫຼຽນ​ເງິນ 12 ຫຼຽນ ແລະ ຫຼຽນ​ທອງ 8 ຫຼຽນ ຢູ່​ໃນ​ອັນ​ດັບ​ທີ 5 ຂອງ​ຕາຕະລາງ ເຊິ່ງ​ມີ 10 ​ປະ ​ ເທດ​ເຂົ້າ​ຮ່ວມ, ອັບ​ທີ 1 ໄດ້ແກ່ ຫວຽດນາມ​ເຈົ້າພາບ 17 ຫຼຽນ​ຄຳ, ຜົນສຳເລັດ​ດັ່ງກ່າວໄດ້​ ສ້າງ​ຜົນງານ​ດີເດັ່ນ​ມາສູ່ກອງທັບ​ປະຊາຊົນ​ລາວ ຍ້ອນຄະນະ ​ ຮັບຜິດຊອບ​ໄດ້​ເປັນ​ເຈົ້າ​ການ​ນຳພາ-ຊີ້​ນຳຄູ​ເຝິກ, ນັກ​ກິລາ ໃນ​ການ​ຫັດ​ແອບກ່ອນການແຂ່ງຂັນ, ວາງ​ແຜນ​ຊັບຊ້ອນ​ນັກ​ກິລາ​ຄືນໃໝ່ໃຫ້​ໄປ​ຕາມ​ກະຕິ​ກາ ​ ການ​ແຂ່ງຂັນ​ທີ່​ເຈົ້າພາບ​ວາງອອກ, ແຕ່​ລະວັນ​ມີ​ການ​ສະຫຼຸບຖອດຖອນບົດຮຽນ ເພື່ອ​ຊອກ​ຫາ​ສາເຫດ​ເພື່ອ​ມີ​ການ​ປັບປຸງ​ໃຫ້ ນັກ​ກິລາ​ແຕ່​ລະ​ສະຫາຍ​ມີ​ສະຕິ​ ການ​ຍິງ​ໃຫ້​ດີ​ຂຶ້ນ​ຕາມ​ຄາດໝາຍ​ທີ່​ວາງ​ໄວ້. ຕະຫຼອດ​ໄລຍະ​ການ​ຫັດ​ແອບ ແລະ ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ສາມາດ​ຮັກສາ​ໄດ້​ຄວາມ​ສາມັກຄີກັບ​ບັນດາ​ກຸ່ມ​ປະ ເທດ​ອາ​ຊຽນເວົ້າ​ລວມ, ເວົ້າ​ສະເພາະ​ກັບ​ປະເທດ​ເຈົ້າພາບ, ການຈັດຕັ້ງ​ຫັດ​ແອບ​ໄດ້​ມີ​ແຜນການ, ມີ​ການ​ນຳພາ-ຊີ້​ນຳ​ນັບ​ແຕ່​ຂັ້ນ​ກົມ​ໃຫຍ່​ເສນາ​ທິ​ການ​ກອງ ທັບ ລົງ​ຮອດ​ກົມ​ກອງແບ່ງປັນ​ມອບ​ໜ້າທີ່​ໃຫ້​ ແຕ່​ລະ​ພາກສ່ວນ​ລົງ​ເລິກຊີ້ນຳ, ຄະ​​ນະ​ພັກ-ຄະນະ​ບັນຊາກົມກອງ, ຄູ​ເຝິກໄດ້​ເອົາໃຈໃສ່​ຄຸ້ມ​ຄອງ, ຄວບ​ຄຸມ ​ ການ​ຫັດ​ແອບ, ຄຸ້ມຄອງ​ດ້ານ​ລະບຽບ​ໃນ​ການ​ເຂົ້າ​ນອນ​ສູນ, ນັກ​ກິລາ​ຍິງ​ປືນ​ແຕ່​ ລະ​ສະຫາຍ​ໄດ້​ຕັ້ງໜ້າ​ເອົາໃຈໃສ່​ໃນ​ການ​ຫັດ​ແອບ ບໍ່​ວ່າ​ຢູ່​ລາວ​ກໍ​ຄື​ຢູ່​ຫວຽດ ນາມ ສະນັ້ນ​ໃນ​ເວລາ​ແຂ່ງຂັນ​ຈຶ່ງ​ສາມາດ​ຍາດ​ໄດ້ຜົນ​ງານ​ລື່ນ​ຄາດໝາຍ​ທີ່​ວາງ​ໄວ້. ການ​ແຂ່ງຂັນ​ຍິງ​ປືນ​ກອງທັບ​ບົກ​ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ 1991 ທີ່​ເມືອງມາລາ​ກາ​ປະເທດມາ​ເລ​ເຊຍ ໂດຍ​ແມ່ນ​ຜູ້​ບັນຊາ​ການ​ທະຫານ​ບົກ​ມາ​ເລ​ເຊຍ​ເປັນ​ຜູ້​ມີ​ແນວ​ຄິດ​ລິ​ເລີ່ມ, ນອກຈາກ​ການ​ແຂ່ງຂັນ​ຍິງ​ປືນ​ແລ້ວ ​ ຍັງ​ມີ​ກອງ​ປະຊຸມ​ຫຼາຍ​ຝ່າຍ​ຜູ້​ບັນຊາ​ການ​ທະຫານ​ບົກ, ກອງ​ປະຊຸມ​ນາຍ​ສິບ​ອາຊຽນ, ຈຸດປະສົງ​ການ​ແຂ່ງຂັນ​ແມ່ນ ເພື່ອ​ຮັດ​ແໜ້ນ​ຄວາມ​ສາມັກຄີ, ຄວາມ ​ ເຂົ້າໃຈລະຫວ່າງນາຍທະຫານ​ຂັ້ນ​ສູງຫາພົນທະຫານ ນອກຈາກ​ນັ້ນ​ຍັງ​ໄດ້​ແລກປ່ຽນບົດຮຽນ​ໃນ​ການ​ອົບຮົມ​ຫັດ​ແອບ, ການ​ປະຕິບັດ​ແບບແຜນ​ຂອງ​ກອງ ທັບ, ການ​ແລກ​​ປ່ຽນວັດທະນາ​ທຳ​ຂອງ​ແຕ່​ລະ​ປະເທດ. ສະເພາະ​ກອງທັບ​ປະຊາຊົນ​ລາວ ເຂົ້າ​ຮ່ວມ​ແຂ່ງຂັນ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ 1999 ທີ່ປະເທດ ບຣູ​ໃນ ນັບ​ແຕ່​ປີ​ນັ້ນ​ເປັນຕົ້ນ​ມາ ກອງທັບ​ເຮົາ​ໄດ້​ເຂົ້າ​ຮ່ວມ​ເປັນ​ປະຈຳ​ທຸກໆ​ປີ. ໃນ​ພິທີ​ຍັງ​ໄດ້​ມອບ​ໃບ​ຍ້ອງຍໍ​ຂັ້ນ​ກະຊວງ​ປ້ອງກັນປະເທດ ແລະ ຂັ້ນ​ກົມ​ໃຫຍ່ການ ເມືອງກອງທັບ​ໃຫ້​ຄະນະ​ນຳ, ຄະນະຄູເຝິກ, ນັກ​ກິລາ​ທີ່​ຍາດ​ໄດ້​ຫຼຽນ​ລາງວັນ ແລະ ມອບ​ໃບຈາລຶກບຸນຄຸນໃຫ້ບໍລິສັດ ລາຊາ​ໂຊກ ຈຳກັດ​ຜູ້​ດຽວຜູ້​ອຸປະຖຳ ​ຫຼັກ​ໃນ​ການ​ເຂົ້າ​ຮ່ວມ​ງານ​ດັ່ງກ່າວ​ອີກ​ດ້ວຍ.

   ໂອກາດ​ດັ່ງກ່າວ, ສະຫາຍ ພົນ​ຕີ ພັນແສງ ບຸນ​ພັນ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຄະນະ​ຊີ້​ນຳ, ຄູ​ເຝິກລວມ​ໄປ​ເຖິງນັກກີລາ​ຍິງ​ປືນ ທຸກ​ສະຫາຍທີ່ມີ​ ຄວາມ​ຮັບຜິດຊອບ​ສູງໃນ​ວຽກ​ງານ​ນຳພາ-ຊີ້​ນຳ ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ໃນ​ຄັ້ງ​ນີ້​ສາມາດ​ຍາດ​ໄດ້​ຜົນສຳເລັດ​ລື່ນ​ຄາດໝາຍ, ພະນັກງານ-ນັກຮົບ-ນັກ​ກິລາ ທຸກ​ສະຫາຍ ໄດ້​ສຸມ​ທຸກເຫື່ອແຮງ​ເຝິກຝົນ​ຕົນ​ເອງ​ເຂົ້າ​ໃນ​ການ​ເຝິກຊ້ອມ​ ຈົນ​ສາມາດ​ຍາດ​ໄດ້ຜົນ​ງານ​ທີ່​ດີເດັ່ນ​ມາສູ່​ກອງທັບ​ປະຊາຊົນ​ລາວ​ຂອງ​ພວກ​ເຮົາ, ພ້ອມນັ້ນ ກໍ​ຈົ່ງ​ສືບຕໍ່​ຮັກສາ​ຜົນງານ ​ແລະ​ເອົາ​ປະສົບ​ການ​ໃນ​ການ​ເຂົ້າ​ຮ່ວມ​ແຂ່ງຂັນ​ກິລາ​ດັ່ງກ່າວ​ມາ​ນຳ​ໃຊ້​ຖ່າຍ​ທອດ​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ​ຂອງ​ກົມ​ກອງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 14/03/2023